ມືຕໍ່ມື....ປະສານກັນ....ພັນພະນັງ
ດັ່ງງູຂຽວ...ກ້ຽວກັນສອດ...ກອດບໍ່ວາງ
ມືທັງສອງ....ປະຄອງກັນ.... ຈົນບໍ່ຫວ່າງ
ບໍ່ໄກຮ່າງ.....ຈາງຈາກໄປ....ແມ່ນແຕ່ນ້ອຍ
ຄ່ອຍດືງລັ້ນ....ເຂົ້າມາຫາ.....ມາແນບຊິດ
ຕາຕາມຕິດ....ກະທົບແສງ....ແຮງໃຈຊ່ອຍ
ລິດອາລົມ.....ວຸບວັນແວວ.....ແປວສູງຄ້ອຍ
ຫນາວເຢັນຄ່ອຍ.....ປ່ອຍອາຣົມ.....ຊົມຊື່ນບານ
ຄື້ນກະແສ.....ລົມແຮງຂອງ.....ຟອງສະຫວາດ
ເຫມືອນການກິດ....ພວມເລີ້ມຕົ້ນ.....ບົນສະຫວັນ
ບາດຫາຍໃຈ.....ລົມຮ້ອນຜ່າວ.....ສາວສະທ້ານ
ຕາເລີ້ມປີດ......ຈິດລ່ອງລອຍ......ປ່ອຍຕາມກົດ
ບໍ່ເຫິງນານ.....ເລີງສະຫວາດ....ມາດລີລາ
ປາກຕໍ່ປາກ....ປິດສະນິດ.....ຈິດຈຳຈົດ
ມົນສະເນ່......ນັ້ນພາແລ່ນ....ໄປສຸດໂຍດ
ສະຫວັນໂປຣດ.....ຈິດຫວັ່ນໄຫວ.....ໃຈສຸກຂີ
ສຸດວິໄສ......ໃນດິນແດນ....ແສນສຸກສັນ
ໃຈດຽວກັນ.....ຫມັ້ນມຸ່ງຫມາຍ....ໃຫ້ເຖິງທີ່
ນັ້ນກໍຄື......ນ້ຳເຜີ້ງຫວານ......ບ້ານຮັກນີ້
ຖ້າຫາກມີ.....ເຖີງຈະໄກ.....ໃຈກໍສຽວ
Bookmarks