ซ่อยแปลให้แหน่

ซ่อยแปลให้แหน่

ຄັນວ່າໄປສືກສາ ວາຈາໃຫ້ຈຳຈື່
ຖືສີ່ງໃດໃຫ້ຈຳໄວ້ ໃກ້ໄກຫາກສິເຫັນ
ອັນວ່າເວັນແລະຄືນ ໃຫ້ຄີດຮຳຄະເນຫາ
ດວງມາລາຄອຍຖ້າ ໃຫ້ເຈົ້າຕ່າວຄືນບ້ານ
ໃຫ້ເຈົ້າຄືນມາສ້າງ ບ້ານເມືອງໃຫ້ເຮືອງຮຸ່ງ
ຮຸ້ງບໍ່ເຄີຍລືມຟ້າ ໃຫ້ເຈົ້ານັ້ນຈື່ຈຳເອົາໄວ້
ຢ່າໄດ້ໄປເມົາມົວ ຄົວນຳສັງຄົມໃຫຍ່
ຢ່າສຸຄົວແປງສ້າງ ເຄຫາບ້ານເພີ່ນ
ສີບສິເອີ້ນຊາວສິເອີ້ນ ກໍບໍ່ແມ່ນບ້ານເຮົາ
ໃຫ້ເຈົ້າຄືນກັບມາ ສູ່ຖີ່ນດີນລາວ
ໃຫ້ເຈົ້າຄືນມາສ້າງ ເມືອງລາວໃຫ້ເຮືອງຮຸ່ງ
ຝຸງຍາດພີ່ນອ້ງ ຫາກສິຍອ້ງວ່າດີ ດອກເນີ....